1. ຄວາມສໍາຄັນຂອງວຽກງານຄົ້ນຄວ້າວິທະຍາສາດໃນ ມະຫາວິທະຍາໄລແຫ່ງຊາດ.

       ໄປຄຽງຄູ່ກັບວຽກງານສິດສອນວຽກງານຄົ້ນຄວ້າວິທະຍາສາດໄດ້ຖືກກໍານົດວ່າ ເປັນວຽກ ງານ ໜື່ງ ທີ່ສໍາຄັນຂອງມະຫາວິທະຍາໄລແຫ່ງຊາດ. ການຄົ້ນຄວ້າວິທະຍາສາດເປັນວິທີທາງໜື່ງ ທີ່ ຈະຍົກຖານະບົດບາດຂອງ ມຊ ໃຫ້ສັງຄົມ ແລະ ສາກົນຍອມຮັບ ແລະໃຫ້ ມຊ ຫຍັບເຂົ້າໃກ້ ແລະເຊື່ອມໂຍງເຂົ້າກັບມະຫາວິທະຍາໄລໃນພາກພື້ນແລະໃນໂລກ. ການຄົ້ນຄວ້າວິທະຍາ ສາດ ເປັນສະຕິປັນຍາຫລື ພູມປັນຍາໜຶ່ງໃນການພັດທະນາເສດຖະກິດ-ສັງຄົມ ເພື່ອໃຫ້ປະເທດເຮົາພົ້ນຈາກ ປະເທດດ້ອຍພັດທະນາ

2. ທ່າແຮງດ້ານການຄົ້ນຄວ້າວິທະຍາສາດຂອງມະຫາວິທະຍາໄລແຫ່ງຊາດ

            ຈາກຜົນຂອງການສໍາຫຼວດໃນປີ 2011 ສະແດງໃຫ້ເຫັນວ່າ ມຊ ມີທ່າແຮງທາງດ້ານການຄົ້ນຄວ້າວິທະຍາສາດດີພໍສົມຄວນ ຄື ມີອາຈານທີ່ມີວຸດທິປະລິນຍາເອກ 95 ຄົນ (ຍິງ 21 ຄົນ) ແລະ ປະລິນຍາໂທ 587 ຄົນ (ຍິງ 161 ຄົນ). ຜ່ານມາ ໄດ້ດໍາເນີນການຄົ້ນຄວ້າມາແລ້ວ 116 ໂຄງການ ແລະ ກໍາລັງດໍາເນີນການຢູ່ 16 ໂຄງການ. ຜົນການຄົ້ນຄວ້າທີ່ສໍາເລັດໄປແລ້ວນັ້ນໄດ້ເຜີຍແຜ່ທັງພາຍໃນປະເທດ ແລະ ຕ່າງປະເທດ. ມາຮອດປະຈຸບັນ ມຊ ໄດ້ມີວາລະສານວິທະຍາສາດເປັນຂອງຕົນເອງ ແລະ ຈັດພິມໄປແລ້ວ 10 ສະບັບ. ໄດ້ຈັດກອງປະຊຸມວິທະຍາສາດລະດັບ ສາກົນມາແລ້ວຫຼາຍຄັ້ງ.

ມຊ ມີທ່າແຮງທາງດ້ານການຄົ້ນຄວ້າໃນຫລາຍຂົງເຂດເຊັ່ນ: ການກະເສດ, ການສຶກສາ,  ໄອທີ, ຊີວະສາດ, ຟີຊິກສາດ, ເສດຖະສາດ, ວິສະວະກໍາໂຍທາ, ພາສາສາດ, ເຄມີສາດ, ການພັດທະນາ, ການບໍລິຫານທຸລະກິດ ແລະສິ່ງແວດລ້ອມ ຊື່ງໃນຂົງເຂດນີ້ ໄດ້ມີການຕີພິມຜົນການຄົ້ນຄວ້າຫຼາຍກວ່າໝູ່. ປັດໄຈສໍາຄັນກວ່າໝູ່ ທີ່ມີຜົນກະທົບຕໍ່ການຄົ້ນຄວ້າວິທະຍາສາດຢູ່ ມຊ ແມ່ນທັກສະໃນການຄົ້ນຄວ້າ, ຮອງລົງມາແມ່ນນັກຄົ້ນຄວ້າເຫັນວ່າເປັນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະປັດໄຈສຸດທ້າຍ ແມ່ນທຶນສະໜັບສະໜູນການຄົ້ນຄວ້າ.

3. ປັດໄຈຊຸກຍູ້ການຄົ້ນຄວ້າວິທະຍາສາດຂອງມະຫາວິທະຍາໄລແຫ່ງຊາດ

     ເພື່ອຊຸກຍູ້ໃຫ້ການຄົ້ນຄວ້າວິທະຍາສາດ ຂອງມະຫາວິທະຍາໄລແຫ່ງຊາດມີທ່າກ້າວທີ່ດີ ຄວນເອົາໃຈໃສ່: (1) ສ້າງຄວາມສາມາດທາງດ້ານການຄົ້ນຄວ້າວິທະຍາສາດ, ຊຶ່ງມີການພົວພັນກັບການປັບປຸງຄຸນນະ ພາບການສຶກສາ. ການເອົາໃຈໃສ່ ສ້າງຜູ້ສໍາເລັດການສຶກສາລະດັບ ປະລິນຍາໂທຕາມຮູບແບບການຄົ້ນຄວ້າ ແລະເພີ່ມຜູ້ສໍາເລັດການສຶກສາລະດັບປະລິນຍາເອກ. ນອກຈາກນີ້, ຄວນມີການສໍາມະນາ ວິທີການຄົ້ນຄວ້າ, ວິທີຂຽນບົດຄົ້ນຄວ້າລົງວາລະສານວິທະຍາສາດ, ສົ່ງເສີມໃຫ້ນັກຄົ້ນຄວ້າໄດ້ໄປຮ່ວມກອງປະຊຸມລາຍງານຜົນການຄົ້ນຄວ້າ ລະດັບຕ່າງໆ. (2) ສຶກສາອົບຮົມແນວຄິດຮັກຊາດ ແລະ ການເປັນເຈົ້າຕົນເອງເທື່ອລະກ້າວ ໃຫ້ແກ່ນັກຄົ້ນຄວ້າ, (3) ນໍາໃຊ້ແລະໃຫ້ຄວາມສໍາຄັນຂອງການຄົ້ນຄວ້າວິທະຍາສາດ ໃນທຸກຂົງເຂດ ເຊັ່ນ: ການກໍານົດນະໂຍບາຍ, ການຜະລິດ ແລະ ການບໍລິການ; (4) ໃຫ້ທຶນການຄົ້ນຄວ້ານັບມື້ນັບຫຼາຍຂຶ້ນ, ເຊິ່ງອາດມາຈາກງົບປະມານລັດຖະບານ, ຫົວໜ່ວຍການຜະລິດ, ຫົວໜ່ວຍບໍລິການ, ການບໍລິຈາກຂອງບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ ທັງພາຍໃນ ແລະຕ່າງປະເທດ. ພ້ອມນັ້ນ, ຄວນໄດ້ຮັບການມອບໝາຍຫົວຂໍ້ຕ່າງໆໃຫ້ດຳເນີນການຄົ້ນຄວ້າ; (5) ສ້າງເຄືອຂ່າຍການຄົ້ນຄວ້າ, ເຊິ່ງລວມທັງເຄືອຂ່າຍພາຍໃນປະເທດໃຫ້ເຂັ້ມແຂງ-ມີປະສິດທິຜົນ ແລະ ສ້າງເຄືອຂ່າຍກັບສະຖາບັນຄົ້ນຄວ້າຕ່າງປະເທດຢ່າງເລືອກເຟັ້ນ; (6) ສ້າງສະຖາບັນຄົ້ນຄວ້າ-ທົດລອງແຫ່ງຊາດ ທີ່ ມຊ; (7) ສ້າງນິຕິກຳເພື່ອຊຸກຍູ້ວຽກງານການຄົ້ນຄວ້າໃຫ້ຄູອາຈານແລະນັກຄົ້ນຄວ້າໃນ ມຊ; 

 

 

4. ທິດທາງການຄົ້ນຄວ້າວິທະຍາສາດຂອງມະຫາວິທະຍາໄລແຫ່ງຊາດ

         ອີງໃສ່ຜົນຂອງກອງປະຊຸມລະດົມສະໝອງ ຄັ້ງວັນທີ 7/1/2013 ທີ່ມະຫາວິທະຍາໄລແຫ່ງຊາດ, ການຄົ້ນຄວ້າວິທະຍາສາດໃນ ມຊ ຈຶ່ງຄວນປະຕິບັດໄປຕາມທິດທາງດັ່ງຕໍ່ໄປນີ້:  ສູນແມ່ນບ່ອນເຕົ້າໂຮມການຄົ້ນຄວ້າເປັນຫລັກ, ສຸມໃສ່ການສົ່ງເສີມນະໂຍບາຍ, ສ້າງກຳລັງດຶງດູດສິ່ງຈູງໃຈ, ສິ່ງຊຸກຍູ.  ສ້າງພື້ນຖານເຕັກນິກໃນລະດັບສູງໃນບາງຂະແໜງການທີ່ສຳຄັນ. ເປັນບ່ອນເຕົ້າໂຮມສະຕິປັນຍາສູງກວ່າໝູ່.  ແຕ່ລະຂະແໜງການຕ້ອງມີສູນຂອງຕົນເອງອີກ.  ດ້ານວິຊາການຄົ້ນຄວ້າແຕ່ລະຂະແໜງການ ຫລື ທ້ອງຖິ່ນເປັນສູນກາງ. ບໍ່ໂຮມບ່ອນດຽວກັນ ແຕ່ຕ້ອງມີຂອງ ມ.ຊ. ເປັນຫລັກ, ເປັນຜູ້ນຳພາເຕົ້າໂຮມພາຫະນະໃນການຄົ້ນຄວ້າວິທະຍາສາດ.  ໃນອະນາຄົດ ວິຊາທີ່ຄົ້ນຄວ້າຈະບໍ່ຄົງທີ່, ຈະມີການປ່ຽນແປງ, ແຍກອອກ, ລົງເລິກ.  ແຕ່ລະຂະແໜງການບໍ່ສາມາດເປັນເອກະລາດໄດ້. ຈະມີລັກສະນະອີບຣິດ ເຊັ່ນ: ບາຍໂອຟີຊິກ, ບາຍໂອເຄມີ, ບາຍໂອຄະນິດສາດ.

    ຕ້ອງເອົາໃຈໃສ່ ສາມບັນຫາຕົ້ນຕຳ: ຄົ້ນຄວ້າ, ພັດທະນາ, ນະວັດຕະກຳ (Research, Development, Innovation). ປະຈຸບັນຕ້ອງເອົາການຄົ້ນຄວ້າຕິດພັນກັບການພັດທະນາ, ເວັ້ນເສຍແຕ່ຂະແໜງການທີ່ເປັນຍຸດທະສາດຂອງປະເທດ.  ທິດທາງລວມມີດັ່ງນີ້:

ຄົ້ນຄວ້າທຸກຂະແໜງການ ໃນຂະແໜງການທີ່ມີຄົນ, ແລະ ຄວາມສາມາດ (ຍົກລະດັບຄູອາຈານ, ຍົກລະດັບຕອນປາຍຂອງນັກສຶກສາມະຫວິທະຍາໄລ, ຕ້ອງມີຄວາມຮູ້ກ່ອນ, ຈາກນັ້ນ ຈຶ່ງຮູ້ວິທີການຖ່າຍຖອດ

ເລັງໃສ່ສະແໜງການທີ່ເພີ່ມພູມປັນຍາ, ສະຕິປັນຍາ

ເລັງໃສ່ຂະແໜງການທີ່ເປັນປາຍແຫລມ

ເລັງໃສ່ນະແໜງການໃດທີ່ມີການຄ້າ, ການຕະຫລາດ, ມີການແກ້ງແຍ້ງຢ່າງດຸເດືອດ.  ຂອງທີ່ເປັນມູນເຊື້ອ ທີ່ເປັນ Originality ຂອງຊາດ.

ຂະແໜງການທີ່ເປັນພື້ນຖານກໍຄວນໄດ້ຮັບການເອົາໃຈໃສ່.

·      ຂົງເຂດວິທະຍາສາດສະເພາະ:

·      ວິທະຍາສາດພື້ນຖານ

·      ວິທະຍາສາດນຳໃຊ້:

ໄອຊີທີ, ເປັນສິ່ງສຳຄັນທີ່ສຸດເພື່ອຊ່ວຍໃນການພັດທະນາ. ຕ້ອງມີການພັດທະນາເລື້ອຍໆ, ຖືເອົາສິ່ງນີ້ເປັນເພື່ອນມິດໃນການຄົ້ນຄວ້າ.

ປະລາມະນູ ເປັນພະລັງງານສະອາດ, ໝົດບໍ່ເປັນ, ເປັນປາຍແຫລມໃນການພັດທະນາ.

ມາດຕະຖານຂອງການຜະລິດ, ສະບຽງອາຫານສະອາດ. ຄວາມສະອາດໃນກະສິກຳ ບໍ່ສາມາດໃຊ້ຄວາມຮ້ອນພຽງຢ່າງດຽວໄດ້, ຕ້ອງໃຊ້ ກຳມະລັງສີ.

ຂະແໜງການອາວະກາດ: ເຊິ່ງມີຈະລວດເປັນພາຫະນະ. ຖືວ່າເປັນກຽດສັກສີຂອງປະເທດ. (ຊີວະວິທະຍາ ຈົນຮອດຄະນິດສາດ, ສະບຽງອາຫານ, ເຄື່ອງນຸ່ງປົກປ້ອງຮ່າງກາຍ.)

ຂະແໜງວັດສະດຸໃໝ່. ເຊິ່ງເປັນຂະແໜງການທີ່ຂະຫຍາຍຕົວໄວທີ່ສຸດ. ທັງຫາດແວ ແລະ ຊອບແວ.  ທຸກສິ່ງທຳມະຊາດ ບໍ່ສາມາດຖືກນຳໃຊ້ໄດ້ໝົດ.

ເຕັກໂນບາຍໂອໂລຊີ, ນັນໂນເຕັກໂນໂລຊີ ຕ້ອງຊອກຮູ້ສິ່ງທີ່ໂລກກຳລັງເອົາໃຈໃສ່.

ການຄົ້ນຄວ້ານຳໃຊ້ທ່າແຮງທຳມະຊາດເພື່ອການພັດທະນາແບບຍືນຍົງ. ພູມປັນຍາຊາວບ້ານ, ຢາພື້ນເມືອງ, ພະລັງງານລົມ, ນ້ຳ, ບໍ່ແຮ່, ການທ່ອງທ່ຽວດ້ານນິເວດວິທະຍາ. ເຮັດໃຫ້ຊັບພະຍາກອນທຳມະຊາດກາຍເປັນສິນຄ້າ; ຜົນກະທົບດ້ານວິທິຍາສາດ ແລະ ເຕັກໂນໂລຊີມີແນວໃດ.

ຄະນິດສາດ, ວິສະວະກຳສາດ ຍັງຂາດ. ການພັດທະນາ ແລະ ການຄຸ້ມຄອງໂຄງລ່າງພື້ນຖານ.

ຂະແໜງໂລຈິດສ໌ຕິກ

ອຸດສາຫະກຳ ໄຟຟ້າ ແລະ ບໍ່ແຮ່: ການສ້າງ ແລະ ບໍລິຫານເຂື່ອນ, ມີເນີໂຣໂລຈີ,

ວິເຄາະລັງສີໄດ້, ຂະແໜງການປະລາມະນູ, ການຢາ ແລະ ແພດ

ດ້ານການແພດ ແລະ ສາທາລະນະສຸກ ຄວນປະກອບເຂົ້າ: ເພສັດສາດ (ການຍາ), ພູມປັນຍາຊາວບ້ານ, ພືດຊົນເຜົ່າ.

ວິທີການປັບປຸງຄຸນນະພາບການດຳລົງຊີວິດ, ຍົກຖານະຂອງລາວ ໃນການເຂົ້າເປັນປະຊາຄົມອາຊຽນ: ການຈັດຜັງບ້ານ, ເມືອງ, ຖະໜົນຫົນທາງ ທີ່ມີປະສິດທິພາບ. 

ວິສະວະກຳໂຍທາ: ຮູບແບບຂອງການກໍ່ສ້າງທາງ, ບູລະນະທາງແນວໃດເພື່ອໃຫ້ຍືນຍົງ, ໃຫ້ບໍລິການລົ່ງລ່ຽນປອດໄພ

ການຄົ້ນຄວ້າດ້ານແຫລ່ງຊັບພະຍາກອນທຳມະຊາດ: ຊີວະນາໆພັນ, ເຄື່ອງປ່າຂອງດົງ, ພືດອຸດສາຫະກຳ, ສັດນ້ຳສັດປ່າ. ພືດເປັນຢາ, ພືດຍັງບໍ່ທັນຄົ້ນພົບ, ພືດໃກ້ສູນພັນ, ເຄມີພືດ

ການຄົ້ນຄວ້າດ້ານການຜະລິດດ້ານກະສິກຳ ແລະ ປ່າໄມ້. ເປົ້າໝາຍແມ່ນການຍົກປະສິດທິພາບການຜະລິດເປັນສິນຄ້າ. ຂໍ້ຄວາມປອດໄພທາງດ້ານໂພຊະນາການ ແລະ ອາຫານ. ລວມທັງການຍົກປະສິດທິພາບການຜະລິດຂອງຊາວກະສິກອນ, ການຜະລິດເພື່ອເປັນສິນຄ້າ ແລະການຜະລິດເພື່ອການສົ່ງອອກ, ສ້າງ, ຄັດເລືອກ, ປັບປຸງພັນທຸກຳ ແລະ ຕັກນິກຕາມຍຸກສະໄໝ. ການກວດສອບດ້ານເຄມີ ແລະ ພັນທຸກຳ. ການປັບປຸງ ແລະ ການຂະຫຍາຍພັນ. ລູກປະສົມ, ຮາຍບຣິດ,  ການເພີ່ມມູນຄ່າຜະລິດຕະພັນ, ແປຮູບ, ປຸງແຕ່ງ, ຫຸ້ມຫໍ່ ເພື່ອສົ່ງອອກ: ເຊັ່ນ ການຫັນປ່ຽນສາລີເປັນຊີ້ນ (ຂຸນງົວ), ນຳໃຊ້ທ່າແຮງຕ່າງໆ. ເພື່ອໃຫ້ການຄົ້ນຄວ້າດັ່ງກ່າວ ໄດ້ຮັບຜົນດີ ແລະຄົບຊຸດ, ຄວນເຕົ້າໂຮມ ນັກຄົ້ນຄວ້າຫຼາຍສາຂາວິຊາເຂົ້າກັນເປັນຕົ້ນ ສາຂາຊີວະສາດ, ເຄມີສາດ, ຟີຊິກສາດ, ໄອທີ, ການພັດທະນາ, ບໍລິຫານທຸລະກິດ ແລະ ສິ່ງແວດລ້ອມ.

ການຄົ້ນຄວ້າດ້ານການພັດທະນາມະນຸດ ເຊິ່ງປະກອບດ້ວຍ ການຍົກຍ້າຍຈັດສັນ, ຜົນກະທົບທາງສັງຄົມ, ການແກ້ໄຂບັນຫາຂໍ້ຂັດແຍ່ງ, ໄພພິບັດ, ລວມທັງການສຶກສາ (ການສິດສອນ ແລະບໍລິຫານການສຶກສາ), ການສຶກສາວິຊາຊີບ, ການສຶກສາຊັ້ນສູງ, ການໂພຊະນາການ...

ການຄົ້ນຄວ້າໃນສາຂາເສດຖະສາດ ເພື່ອຄາດຄະເນ ແລະກໍານົດກົນໄກຂັບເຄື່ອນເສດຖະກິດຂອງລາວ ແລະ ການເຂົ້າຮ່ວມປະຊາຄົມອາຊຽນ.

ການຄົ້ນຄວ້າທີ່ສະໜັບສະໜູນນະໂຍບາຍການບໍລິການທາງຜ່ານ, ເຊິ່ງພົວພັນກັບການຄົ້ນຄວ້າຫຼາຍສາຂາວິຊາຮ່ວມກັນເປັນຕົ້ນ ສາຂາເສດຖະສາດ, ໄອທີ, ການພັດທະນາ, ບໍລິຫານທຸລະກິດ ແລະສິ່ງແວດລ້ອມ.

ການຄົ້ນຄວ້າເພື່ອຮັບຮອງການພັດທະນາທີ່ຍືນຍົງ, ເຊິ່ງໄດ້ແກ່ການຄົ້ນຄວ້າຜົນກະທົບຂອງການພັດທະນາຕໍ່ກັບສິ່ງແວດລ້ອມ ແລະສັງຄົມ.

 

ຂົງເຂດວັດທະນະທຳ-ສັງຄົມ: ພາສາສາດ, ປະຫວັດສາດ, ຮີດຄອງປະເພນີ ແລະວັດທະນະ ທຳທ້ອງຖິ່ນ

 



·    ດ້ານການບໍລິຫານ:

ແຕ່ງຕັ້ງຄະນະກຳມະການດ້ານຈັນຍາທຳ ເພື່ອກວດກາກ່ຽວກັບຈັນຍາທຳຂອງບົດຄົ້ນຄວ້າ, ຄວາມສອດຄ່ອງ, ເຫດຜົນ, ຜົນກະທົບຂອງການຄົ້ນຄວ້າຕໍ່ທຳມະຊາດ, ສິ່ງແວດລ້ອມ, ຕໍ່ມະນຸດ, ຕໍ່ສັງຄົມ.

 

ຜົນການຄົ້ນຄວ້າຖືກຈັດພິມເຜີຍແຜ່ໃນຫລາຍຮູບແບບ: ເຈີໂນ, ໂປຣຊີດດິງ, ແລະ ວາລະສານວິທະຍາສາດສະເພາະດ້ານ


ການຄົ້ນຄວ້າວິທະຍາສາດ ເປັນວຽກງານໜື່ງສໍາຄັນຂອງ ມຊ ແລະ ມຊ ເປັນສະຖາບັນສະຫະວິຊາການທີ່ມີທ່າແຮງດີສົມຄວນທາງດ້ານການຄົ້ນຄວ້າວິທະຍາສາດ ເພື່ອພັດທະນາການຮຽນ-ການສອນ, ເຕັກໂນໂລຊີ, ໃຫ້ຄໍາແນະນໍາແກ່ສັງຄົມ ແລະ ເພີ່ມຄັງພູມປັນຍາ. ການຄົ້ນຄວ້າວິທະຍາສາດ ຂອງ ມຊ ຄວນເລັ່ງໃສ່ ການຄົ້ນຄວ້າສະຫະວິຊາການ, ໂດຍສະເພາະໃຫ້ຮັບໃຊ້ການຮັບປະກັນທາງດ້ານສະບຽງອາຫານ ແລະ ສົ່ງອອກ, ການພັດທະນາຊັບພະຍາກອນມະນຸດ, ການພັດທະນາແບບຍືນຍົງ ແລະ ເອົາໃຈໃສ່ການຄົ້ນຄວ້າວິທະຍາສາດພື້ນຖານທາງດ້ານສັງຄົມ ແລະ ທໍາມະຊາດ ເພື່ອເປັນບ່ອນອີງໃຫ້ແກ່ການຄົ້ນຄວ້ານໍາໃຊ້ຂອງຂະແໜງການຕ່າງໆ.